Invitation

ພັນທະມິຕເພື່ອປະຊາທິປະໄຕໃນລາວຂໍຮຽນເຊີນມາຍັງທ່ານ
ພີ່ນ້ອງຊາວລາວຜູ້ຮັກຊາດ, ຊາວສາກົນ ແລະ ຕາງຫນ້າບັນດາການຈັດຕັ້ງການເມືອງກ່ຽວກັບລາວ ທັງໃນແລະນອກປະເທດເພື່ອເຂົ້າຮ່ວມກອງປະຊຸມທີ່ມີຊື່ວ່າ:
ກອງປະຊຸມ ສເນີແຜນການແກ້ໃຂບັນຫາການເມືອງໃນລາວ
ຊຶ່ງແມ່ນ
ພັນທະມິຕເພື່ອປະຊາທິປະໄຕໃນລາວ(ພປລ)
ເປັນເຈົ້າພາບຈັດ ໃນວັນທີ 1-2 ຕຸລາ October 2010
ທີ່ເມືອງ Las Vegas, Nevada. USA

Boulder Station
4111 Boulder Highway
Las Vegas, Nevada USA 89121

ລາຍການກອງປະຊຸມ:
- ວັນທີ່ 1ຕຸລາ 2010 ແຕ່ 8ໂມງ30 ຕອນເຊົ້າ ເຖິງ 6 ໂມງແລງ: ເປັນກອງປະຊຸມພາຍໃນ ປະຈຳປີຂອງ ພັນທະມິຕເພື່ອປະຊາທິປະໄຕໃນລາວ ເພື່ອສລຸບວຽກງານປະຈຳປີຜ່ານມາ ແລະ ການວາງແຜນການເຄື່ອນໄຫວສະເພາະຫນ້າ.
- ວັນທີ່2ຕຸລາ 2010 ແຕ່ 8ໂມງ30ຕອນເຊົ້າ ເຖິງ 8 ໂມງແລງ: ກອງປະຊຸມຮ່ວມກັບບັນດາອົງ ການຈັດຕັ້ງ ການເມືອງ ແລະບັນດານັກຕໍ່ສູ້ເພື່ອປະຊາທິປະໄຕໃນລາວຈາກທົ່ວໂລກ.

ຈຸດປະສົງສຳຄັນທີ່ສຸດຂອງກອງປະຊຸມນີ້ ກໍເພື່ອເປັນໂອກາດໃຫ້ ບັນດາການຈັດຕັ້ງການເມືອງ ແລະ ບຸກຄົນທີ່ເຄື່ອນໄຫວການເມືອງຢ່າງຈິງຈັງໃນທົ່ວໂລກ ທີ່ມີຈຸດປະສົງຢາກໃຫ້ປະເທດລາວ ມີການປ່ຽນແປງລະບົບປະຊາທິປະໄຕແບບມີຫລາຍພັກການເມືອງ ແລະຢາກໃຫ້ປະເທດລາວມີ ເອກຣາດຢ່າງແທ້ຈິງ ເປັນຕົ້ນແມ່ນໃຫ້ຫລຸດພົ້ນອອກການຄອບຄອງຂອງວຽດນາມແລະຕ່າງຊາດ ເພືອ່ໃຫ້ເປັນໂອກາດໄດ້ອອກຄຳຄິດຄຳເຫັນປືກສາຄົ້ນຄວ້າ, ສເນີແຜນການນະໂຍບາຍບາດກ້າວ ໃນການແກ້ໄຂບັນຫາຂອງຊາດລາວໃນແຕ່ລະຂັ້ນ, ເພື່ອຊອກວິທີການເພື່ອໃຫ້ມີຄວາມເອກພາບ ແລະທຳຄວາມເຂົ້າໃຈຊື່ງກັນແລະກັນ, ເພື່ອຄົ້ນຄວ້າຊ່ອງທາງໃນການຮ່ວມມື ແລະປະສານງານ
ກັນໃນບັນດາການຈັດຕັ້ງ ແລະ ຂະບວນການເຄື່ອນໄຫວການເມືອງຝ່າຍຄ້ານຂອງລາວໃນທົ່ວໂລກ ໂດຍ ບໍ່ຈຳເປັນຍຸບເລີກການຈັດຕັ້ງເດີມທີ່ມີຜ່ານມາເພື່ອໃຫ້ເປັນພະລັງທີ່ເຂັ້ມແຂງທີ່ຈະສາມາດ
ບັນລຸເປົ້າຫມາຍ ໃນການປ່ຽນແປງໃນປະເທດລາວ.
ພ້ອມກັນີ້ກໍໃຫ້ເປັນໂອກາດທີ່ ພປລ ຈະໄດ້ສເນີແຜນການແກ້ໄຂບັນຫາການເມືອງລາວແບບມີ ປະສິດທິພາບໄວວາຂຶ້ນຕໍ່ບັນດາການຈັດຕັ້ງແລະບຸກຄົນທົ່ວໂລກທີ່ກຳລັງເຄື່ອນໄຫວຕໍ່ຕ້ານຣະບອບ ຜະເດັດການຄອມມິວນິສຂອງ ສປປລ ຢູ່ໃນປະຈຸນັນນີ້.
- ແຜນການນີ້ແມ່ນເກີດມາຈາກການຮ່ວມມືຣະວ່າງຄະນະ ພປລ ຈາກເຢັຽຣະມັນ,ຝຣັ່ງ, ແບນຊິກ, ການາດາ,ອົສຕເຣເລັຽ,ນິວເຊແລນ ແລະ ສະຫະຣັຖ ທີ່ໄດ້ຄົ້ນຄວ້າສຶກສາແລກປ່ຽນຄວາມຄິດຄວາມ ເຫັນ ອີງຕາມປະສົບປະການທັງມວນຂອງແຕ່ລະພາກພື້ນ.
- ພ້ອມກັນນັ້ນກໍເປັນຜົນແຫ່ງການພົວພັນຂອງ ພປລ ໃນຣະດັບສາກົນໂດຍສະເພາະກັບຣັຖບານ ຂອງປະເທດທີ່ໃຫ້ເງິນແກ່ ສປປລ ເຊັ່ນສະຫະພາບຢູໂຣບ, ປະເທດເຢີຣະມັນ,ຂະບວນການ ປະຊາທິປະໄຕ ເຊັ່ນຈີນ, ພະມ້າເສຣີ ແລະບັນດາອົງການຊຸກຍູ້ສິດທິມະນຸດທີ່ບໍ່ຂຶ້ນນຳຣັຖບານ.
- ນອກເໜືອຈາກນັ້ນແຜນການນີ້ໄດ້ອີງຕາມການພົວພັນນໍາເພື່ອນຮ່ວມຊາດທີ່ຕໍ່ຕ້ານຢູ່ພາຍໃນຊຶ່ງ
ເຮົາກໍໄດ້ຣັບຄວາມຄິດເຫັນແລະແນະນໍາຈາກພວກເພິ່ນເປັນປະຈຳ.

ເປັນທີ່ຮູ້ກັນດີທົ່ວໄປແລ້ວວ່າຣະບອບຜະເດັດການຄອມມິວນິສທີ່ໄດ້ປົກຄອງລາວມາ 35ປີ ໄດ້ ສ້າງບັນຫາຮ້າຍກາດ ໄກ້ຈະເຖິງຂັ້ນຫາຍະນະທຸກດ້ານ ຕໍ່ປະເທດຊາດແລະປະຊາຊົນລາວເປັນຕົ້ນ:
- ດ້ານການເມືອງ:ປະຊາຊົນຖືກຕັດສິດເສຣີບໍ່ມີສິດເລືອກຣັຖບານເພາະມີແຕ່ພັກດຽວແລະບໍ່ມີ ສຽງເລີຍ, ຖືກຂົ່ມຂູ່ຈັບກຸມຄຸມຂັງແບບໄຮ້ກົດໝາຍຕຸລາການ ຣະເມີດກົດບັດຂອງສະຫະປະຊາຊາດ ຊຶ່ງ ສປປລ ເອງໄດ້ເຊັນເປັນພາຄີ. ພວກຕ່າງດ້າວຈາກ ວຽດນາມ,ຈີນແລະໄທ ຊື່ງໄດ້ລັ່ງໄຫລເຂົ້າ
ມາສ້າງອິດທິພົນອຳນາດ ຍາດແຍ່ງເອົາດິນດອນຕ່ອນຫຍ້າ ແລະຍັງມີສິດຫລາຍກວ່າຊົນຊາດລາວ
- ດ້ານເສຖະກິດ: ສປປລ ຍັງຕົກຢູ່ໃນກຸ່ມປະເທດທີ່ດ້ອຍພັທະນາທິ່ສຸດໃນໂລກ ທັ້ງໆທີ່ປະຊາຄົມ ໂລກໄດ້ໃຫ້ການຊ່ວຍເຫລືອ ຫລາຍໂກດດອນລາ ຍ້ອນການສໍ້ຣາດບັງຫລວງທຸກຂັ້ນຂອງພັກ ແລະ ຣັຖບານໃນ ສປປລ ທີ່ໄດ້ສ້າງ ຄວາມລໍ້າລວຍມະຫາສານໃຫ້ຊັ້ນຜູ້ນຳຖ້າມກາງຄວາມທຸກຈົນ ອະນາຖາຂອງມະຫາຊົນລາວ.
- ດ້ານສັງຄົມ: ແຮງງານຂອງລາວທີ່ຈະເປັນພະລັງໃນການພັທະນາບ້ານເມືອງຈຳນວນເປັນແສນ ໄດ້ໜີໄປຫາວຽກຫາການຢູ່ຕ່າງແດນ ຕົກຢູ່ໃນຣະດັບກັມະກອນຊັ້ນຕ່ຳ ຜູ້ຍິງໄປເປັນຄົນໃຊ້ຄົນທາດ ຫລືຫາກິນແບບສັງຄົມລັງກຽດຫຢຽດຫຍາມຊື່ງບໍ່ເຄີຍມີໃນປະວັດສາດລາວ ຢູ່ໃນປະເທດເຮົາເອງ ອະນຸຊົນລາວທີ່ຈະເປັນກະດູກສັນຫລັງຂອງປະເທດຂາດແຄນວຽການກໍເມົາມົວນຳຢາເສບຕິດເປັນ
ໃພຕໍ່ສັງຄົມແລະວັດທນະທັມລາວ.
- ດ້ານສິ່ງແວດລ້ອມ: ຊັພະຍາກອນທັມະຊາດເຊັ່ນປ່າໄມ້, ລຳນ້ຳຂອງ, ແລະບໍ່ແຮ່ ເປັນຕົ້ນທີ່ ບັນພະບຸຣຸດໄດ້ປົກປັກຣັກສາຖ່າຍທອດໄວ້ໃຫ້ເປັນມໍຣະດົກຂອງລາວ ດຽວນີ້ໄດ້ຖືກທຳລາຍເຜົາຜານ ຈົນຈະເຖີງຈຸດວິນາດໝົດສ້ຽງດ້ວຍຄວາມໂລພາເມົາອຳນາດຂອງຜະເດັດການ.
ບັນຫາເຫລົ່ານີ້ຈະແກ້ໄຂໄດ້ໃນເມື່ອເຮົາແກ້ໄຂປັນຫາຕົ້ນຕໍແຫ່ງການປົກຄອງໄດ້ ຄວາມສຳຄັນບໍ່ ແມ່ນແຕ່ການປ່ຽນຜັນຈາກຣະບອບຜະເດັກການໄປສູ່ປະຊາທິປະໄຕທໍ່ນັ້ນ ປະເດັນສຳຄັນທີ່ສຸດ
ແມ່ນເຮົາຈະເລັ່ງການປ່ຽນຜັນນັ້ນໃຫ້ໄດ້ໂດຍໄວວາ ກ່ອນມັນຈະຊ້າເກີນໄປ.
ແຜນການທີ່ ພປລ ຈະສະເນີໃນກອງປະຊຸມນີ້ຈະມີຄຳຕອບຕໍ່ຄຳຖາມ ໃນປະເດັນນີ້ໃຫ້ທ່ານ ໄດ້ຣັບຟັງ ຊື່ງທ່ານອາດຈະຄິດວ່າເປັນປະໂຫຍດໃຫ້ການເຄື່ອນໄຫວຂອງທ່ານເອງ ນອກເໜືອກວ່າ ນັ້ນທ່ານອາດຈະມີທັສນະຄວາມຄິດຄວາມເຫັນມາສົມທົບເສີມຊຶ່ງພວກເຮົາຈະເອົາໄປພິຈາຣະນາ ຄົ້ນຄວ້າຕື່ມ.
ສິ່ງທີ່ກອງປະຊຸມນີ້ໝາຍມຸ່ງເປັນພິເສດກໍຄືການສ້າງຜົນສະທ້ອນໃນ 3 ຣະດັບ:
1. ໃຫ້ປະຊາຄົມໂລກແລະອົງການສາກົນຮັບຮູ້ຢ່າງຈະແຈ້ງວ່າປະຊາຊົນລາວທັງພາຍນອກແລະ ພາຍໃນບໍ່ພໍໃຈນຳການຊ່ວຍເຫລືອທີ່ພະຍຸງອຳນາດຜະເດັດການໄປຂົ່ມຂູ່ລະເມີດສິດປະຊາຊົນລາວ
2. ໃຫ້ເພື່ອນຮ່ວມຊາດທີ່ຕໍ່ຕ້ານພາຍໃນລາວມີກຳລັງໃຈຫລາຍຂື້ນ ເລັ່ງຣະດົມຊຸກຍູ້ການປ່ຽນຜັນ
ຣະບອບປົກຄອງ.
3. ໃຫ້ການເຄື່ອນໄຫວພາຍນອກເຣີ້ມປະສານງານສອດຄ່ອງຢ່າງໄກ້ຊິດແໜ້ນແຟ້ນເພື່ອສ້າງ ແລະໄດ້ຮັບຄວາມເຊື່ອຖືນຳສາກົນແລະເພື່ອນຮ່ວມການຕໍ່ຕ້ານໃນລາວ.
ຖ້າພວກເຮົາຈັບມືຮ່ວມໃຈກັນ ຜົນສະທ້ອນທັງສາມນີ້ຈະເປັນຄວາມຈິງຢ່າງແນ່ນອນ.
ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າວ່າທ່ານຄົງຈະ ເສັຽສລະເວລາອັນມີຄຸນຄ່າເຂົ້າຮ່ວມໃນກອງ
ປະຊຸມນີ້ໄດ້.
ທີ່ເຢັຽຣະມັນ, ວັນທີ່ 18 ກໍຣະກະດາ2010
ຮອງປະທານ ພປລ ປະຈຳສະຫະຣັຖ ປະທານພັນທະມິຕເພື່ອປະຊາທິປະໄຕໃນລາວ ດຣ. ສິນ ວິໄລ ດຣ.ບຸນທອນ ຈັນທະລາວົງ-ວີເຊີ

ຄວາມສດວກໃນການພັກເຊົາ ແລະສຖານທີ່ປະຊຸມ ສຖາທີ່ປະຊຸມແລະທີ່ພັກເຊົາ ແຫ່ງດຽວກັນ BOULDER STATION 4111 Boulder HighwayLas Vegas, Nevada 89121http://www.boulderstation.com

-ຖ້າທ່ານບໍ່ມີພີ່ນ້ອງ ຫມູ່ເພື່ອນຮັບຕ້ອນ ທ່ານສາມາດຈອງໂຮງແຮມໃນບ່ອນດຽວກັບສຖານທີ່ປະຊຸມ
Boulder Station ເບິ່ງໃນ Website ຂ້າງເທິງ ຫລືຕິດຕໍ່ຫາ
Miss Amber Gaines, Toll free 1- 800-981 5577
Office: 1- 702-432 7531
Fax: 1- 702-432 7708
-ເວລາຕິດຕໍ່ ທ່ານຕ້ອງແຈ້ງໃຫ້ຜູ້ກຽ່ວນີ້ຊາບວາ່ທ່ານມາໃນການປະຊຸມໃນວັນທີ 1-2 October 2010
ອ້າງເຖິງຜູ້ຮັບຜິດຊອບຄື: Dr.Bounthone Chanthalavong-Wiese ທ່ານຕ້ອງຈອງລ່ວງຫນ້າ ຢ່າງນ້ອຍ 3 ອາທິດ.
-ຖ້າທ່ານຕ້ອງການຣົດຮັບ-ສົ່ງ ທ່ານຕ້ອງບອກ ສາຍການບີນແລະຖຽ້ວບິນໃຫ້ພະນັກງານຊາບເວລາຈອງ
ແລ້ວທາງໂຮງແຮມຈະມີພະນັກງານໄປຮັບທ່ານເວລາຮອດສນາມບິນ.
- ທ່ານຈະພັກນານເທົ່າໃດກໍໄດ້ໃນຣາຄາ $29,98( 2 ຕຽງນອນໃຫ່ຍ) ຕໍ່ຄືນ, ເບິ່ງໃນ website ກຽ່ວກັບຄວາມສດວກຕ່າງໆ www.boulderstation.com
-ເພື່ອທ່ານຕ້ອງການ Discount ຕ່າງໆໃນເວລາພັກໃນໂຮງແຮມ ທ່ານຕ້ອງໄປຈົດລົງທະບຽນເອົາບັດຢູ່ Member registration Desk ແລະບອກວ່າເປັນ Guess of Mrs.Dr.Bounthone Chanthalavong-Wieseເພື່ອແບ່ງເບົາພາລະການໄຊ້ຈາ່ຍ ທ່ານຈະຕ້ອງເສັຍຄ່າລົງທະບຽນເວລາ
ເຂົ້າກອງປະຊຸມ ເປັນບຸກຄົນຜູ້ລະ $30 ແລະເປັນຄນະໃນນາມການຈັດຕັ້ງ ຄນະລະ $50.
ອາຫານ: ຮັບຜິດຊອບກຸ້ມຕົນເອງ ໂດຍໃຊ້ບໍຣິການຂອງສຖານທີ່ ທີ່ມີທຸກຢ່າງໄວ້ບໍຣິການ.
ຕ້ອງການຊາບລາຍຣະອຽດເພີ້ມ ສອບຖາມໄດ້:
- ທ່ານ ດຣ.ສິນ ວິໄລ ໂທຣ:1-480-483 8656,e-mail: laodemo@cs.com

ກະຣຸນາໃຫ້ຄຳຕອບຊ້າສຸດບໍ່ໃຫ້ກາຍວັນທີ່ 20 ກັນຍາ (September)2010,ບັນດາທ່ານ
ທີ່ມີບົດຈະໄປກ່າວຄຳເຫັນໃນກອງປະຊຸມໂດຍແນໃສ່ວິທີການແກ້ໄຂບັນຫາຂອງລາວ
ສະເພາະຫນ້າກະຣຸນາສົ່ງໄປກ່ອນເປີດກອງປະຊຸມໄປທີ່:

ADL, Dr.Bounthone Chanthalavong-Wiese, Hohenlimburgerstr.120,58093 Hagen,Germany,
e-mail:
chanthalavong@aol.com , Tel&Fax: 0049-2334-4444 668

Office in USA: Dr.Sin Vilay,Vice President, 7233 E- Manzenita Dr., Scottsdale , AZ 85258 . Tel.:+1-480-483 8656.
E-mail: laoDemo@cs.com
Canada: Dr.Khamlay Mounivongs, Vice –President & Chief- Secretary, 1301 Gaetan Boucher, Saint-Hubert(Quebeck).
Tel:.+1-450-4434795. E-mail: khamlay.mounivongs@hotmail.fr
Australia: Mr. Kat Ditthavong, Vice-President, 16 Candlewood Street, Bossley Park, NSW 2176 . Tel.:+61-2-96 10 81 73
E-mail.: kdseri@yahoo.com.au
France: Mr. Khampheo Lathamany, Vice- President, 1, rue Gallieni, 95 360 Montmagny, Tel. :+33-1-39 84 28 70

 

The first 12 month work of the ADL

 

  

Press- release about the international work of the ADL 

This is a overview about our international work at the first twelve month of the ADL 

Foundation of the ADL May 28th/29th Brussels 

The Alliance for Democracy was founded in Brussels, Europe. The ADL is going to become the greatest movement for Democracy in Laos. Members from Australia, Thailand, Laos, USA, Canada, France, Belgium, Germany and New Zealand have founded and join into the ADL. 

Demonstrations against 34 years of suppression in Laos and for the release of the arrested students from 2nd November 2009 and 1999 

The ADL has organised and supported lots of protest actions and demonstrations on December 5th 2009. Actions in Australia, France and Canada has been a full success and has been respected by all democracy loving Lao people. 

Demonstration at the front of the Lao embassy, in Canberra (Australia)

Protest- congress in Paris (France)

Berlin congress at the Heinrich- Böll foundation, title:” Human- rights- situation and ethnic minorities in Burma and Laos”, February 28th 2010 

These arrange has taken place at the rooms of the foundation in Berlin, Germany. 

The Speakers of the ADL was Mrs. Dr. Bounthone Chanthalavong- Wiese (president ADL), Mr. Khamkeo Lathamany (vice- president ADL), Mr. Marcus Wiese (press- secretary ADL-Germany). The congress was a network from several NGO’s: Society for indigent Peoples, Burma Project, Heinrich- Böll foundation and the ADL. 

Dr. Chanthalavong- Wiese’s presentation

Mr. Wiese’s Presentation

Mr. Lathamany’s presentation

  

The Audience

After the presentations a panel discussion were followed.

Panel Discussion: v.l.t.r.: Mr Khim Maung Ying (Burma Project), Mr Thomas Kienberg (Burma Project), Mrs. Dr. Bounthone Chanthalavong- Wiese (ADL), Mr. Bruna Sax (ADL), Mr. Heuangsak Phonsavath (ADL), Mrs. Eva Glanzer (Society for indigent People)

Meeting with members of the German Parliament (Bundestag)  

On March 1st  2010 a delegation of the ADL has meet some members of the German “Bundestag” and the foreign committee of the German “Bundestag”. The ADL- delegation has meet Mr. Ahlefeld from the Social Democratic Party (SPD). He is the secretary from the external group of the SPD- department for Southeast Asia.   

  

After that the ADL- delegation has made a meeting with the foreign committee of the German “Bundestag”. The Delegation has been received by the chairmen of the committee Mr Ruprecht Polenz (CDU), the vice Chairmen Mr. Hans- Ulrich Klose (SPD) and the foreign consultant Mr. Heinrich Kreft (CDU/CSU fraction). Both delegations have made some analysis about the human rights situation and the process of democratization in Laos.    

Mr. Ahlfeld (middle) and the ADL- Group.

The ADL- Delegation in speech with Mr. Polenz (middle) and Mr. Klose (right)

The ADL Delegation at the foreign committe of the German “Bundestag”

The ADL- Delegation in front of the German "Bundestag"

ADL Delegation at the Foreign Office (AA), Meeting room at the unit for Southeast Asia. 

The delegation of ADL has been received by officials of the German Foreign Office. 

The meeting focused on the human rights and development assistance Situation in Laos.                                

The ADL- Delegation at the Foreign office.

The ADL- Delegation at the Foreign office.

The ADL- Delegation at the Foreign office (German State department).

Participation at the 4th Conference on Global Support for Democratization in China and Asia, Council of Europe, Strasburg, May 26th – 27th  

This conference has been arranged by the European Peoples Party and the forum for a democratic China and Asia. Democracy- organisation from whole Asia has been taken part at this conference. The conference was supported by members of the European parliament and several national European parliaments. 

Conference for Democracy in Cina and Asia, Strasburg

The ADL- delegation at the European council

The Audience at the European council

Text and Photography by Marcus Wiese, Press- Secretary ADL- Germany, Email: wiesechanthavi@aol.com